ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດບົງຕົວແຕ່ງຕັ້ງປ່ຽນແທນຮອງເລຂາຄະນະພັກຮາກຖານກົມ ວສ-ປສ ການທະຫານ


     ໃນຕອນເຊົ້າຂອງວັນທີ 7 ພະຈິກປີ 2023 ນີ້, ຢູ່ຫ້ອງປະຊຸມຊັ້ນ3 ຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງ
ປ້ອງກັນປະເທດ ໄດ້ຈັດພິທີປະກາດບົງຕົວແຕ່ງຕັ້ງປ່ຽນແທນຮອງເລຂາຄະນະພັກຮາກຖານກົມ ວິທະຍາສາດ-ປະຫວັດສາດ ການທະ
ຫານ ຂື້ນພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການປະຈໍາພັກ ກະຊວງປ້ອງກັນປະເທດ
ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີສະຫາຍຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກການ ພະນັກງານສະມາຊິກພັກ
ສົມບູນ-ສໍາຮອງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ໄດ້ຂື້ນຜ່ານຂໍ້ຕົກລົງຂອງ
ກະຊວງປ້ອງກັນປະເທດ ສະບັບເລກທີ 5014/ກປປທ ລົງວັນທີ 28 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງປຽ່ນແທນຮອງເລຂາຄະນະພັກ
ຮາກຖານ ກົມວິທະຍາສາດ-ປະຫວັດສາດການທະຫານ ອີງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ 11 ໝວດທີ II
ມາດຕາທີ 13 ວ່າດ້ວຍການບົງຕົວແຕ່ງຕັ້ງຍົກຍ້າຍ ແລະ ການສິ້ນສຸດເປັນກໍາມະການຄະນະພັກ ອີງຕາມໜັງສືສະເໜີຂອງກົມໃຫ່ຍການ
ເມືອງກອງທັບ ຄະນະພັກກະຊວງປ້ອງກັນປະເທດ ອອກຂໍ້ຕົກລົງແຕ່ງຕັ້ງໃນມາດຕາ 1 ຕົກລົງບົງຕົວແຕ່ງຕັ້ງ ສະຫາຍ ພັນເອກ ປອ ໂພນ
ທອງ ພັນຈະເລີນພົນ ເປັນຮອງເລຂາຄະນະພັກຮາກຖານປ່ຽນແທນ ສະຫາຍ ພັນເອກ ວິຊຽນ ສີສະອາດ ທີ່ພັກການລໍຖ້າຮັບເບ້ຍບໍານານ.

     ໃນໂອກາດນີ້, ສະຫາຍ ປະທານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາກົມວິທະຍາສາດ-ປະຫວັດສາດການ
ທະຫານ ໃນໄລຍະຜ່ານມາສາມາດເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງກະຊວງປ້ອງກັນປະເທດ ເຖິງແມ່ນວ່າສະພາບຄວາມຫຍຸ້ງ
ຍາກທາງດ້ານເສດຖະກິດການເງິນໃນປັດຈຸບັນຂອງປະເທດເຮົາ ຈາກນັ້ນ ສະຫາຍ ຍັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ
ມີທັງກາລະໂອກາດ, ສິ່ງທ້າທາຍຕໍ່ປະເທດເຮົາ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມເຂົ້າໃຈ.

     ໃນໂອກາດນີ້, ສະຫາຍ ຍັງໄດ້ເນັ້ນໜັກຕື່ມໃຫ້ພະນັກງານສະມາຊິພັກ ພາຍໃນກົມຕ້ອງກໍາໄດ້ຂໍ້ກໍານົດກົດລະບຽບຂອງພັກ ໂດຍສະ
ເພາະສິດໜ້າທີ ແລະ ຂໍ້ຫ້າມຂອງສະມາຊິກພັກທັງນີ້ກໍ່ຕ້ອງໄດ້ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ
ຂອງຕົນຕໍ່ຂັ້ນເທິງທີ່ໄດ້ຮັບການມອບໝາຍ, ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກຂອງຄະນະພັກ ຍົກສູງລັກການລວມສູນປະ
ຊາທິປະໄຕເປັນໝູ່ຄະນະ,ແບ່ງວຽກໃຫ້ບຸກຄົນຮັບຜິດຊອບລະອຽດ, ພັດທະນາຕົນເອງ, ພັດທະນາຄອບຄົວໃຫ້ມີຄວາມຜາສຸກ, ເພີ່ມທະ
ວີຄວາມສາມັກຄີພາຍໃນພາຍ-ນອກໃຫ້ດີ, ພ້ອມກັນຕໍານິສົ່ງຂ່າວ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ
ແລະ ປະຊາຊົນມອບໝາຍໃຫ້ເອົາໃຈໃສ່ພັດທະນາກອງທັບ ໂດຍສະເພາະ, ພັດທະນາກົມກອງໃຫ້ດີຂື້ນເທື່ອລະກ້າວ.

ແຫຼ່ງຂ່າວໂດຍ ສອນໄຊ
ວັນທີ 08/11/2023